ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງຄະນະຜູ້ແທນຈາກສຳນັກງານກວດສອບແຫ່ງຊາດ ສປ ຈີນ ທີ່ອົງການກວດສອບແຫ່ງລັດ ສປປ ລາວ ໃນລະຫວ່າງວັນທີ 05-08 ກັນຍາ 2024

 
        ໃນຕອນບ່າຍຂອງວັນທີ 05 ກັນຍາ 2024 ທີ່ ອົງການກວດສອບແຫ່ງລັດ, ສະຫາຍ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ສປປ ລາວ ໄດ້ໃຫ້ກຽດຕອນຮັບຮັບການເຂົ້າຢ້ຽມຂໍານັບຂອງ ສະຫາຍ ມ່າ ເວີນຮຸຍ, ຮອງປະທານສຳນັກງານກວດສອບແຫ່ງຊາດ ສປ ຈີນ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງ ວັນທີ 05-08 ກັນຍາ 2024 ນີ້.
 
 
        ໃນໂອກາດດັ່ງກ່າວ, ສະຫາຍ ວຽງທະວີສອນ ເທບພະຈັນ, ໄດ້ສະແດງຄວາມຍິນດີຕ້ອນຮັບອັນອົບອຸ່ນ ຕໍ່ສະຫາຍ ມ່າ ເຫວີນຮຸ່ຍ ພ້ອມດ້ວຍຄະນະ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຊຶ່ງເປັນການປະກອບສ່ວນເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ກໍ່ຄືສອງອົງການກວດສອບແຫ່ງລັດ, ເວົ້າສະເພາະ ການພົວພັນຮ່ວມມືດ້ານວຽກງານກວດສອບແຫ່ງລັດໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມດຽວກັນນັ້ນ, ສະຫາຍ ວຽງທະວີສອນ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງ ຕໍ່ໝາກຜົນຂອງການຮ່ວມມືລະຫວ່າງສອງອົງການກວດສອບແຫ່ງລັດ ໃນໄລຍະປີຜ່ານມາເປັນຕົ້ນ: 1)ໄດ້ມີການແລກປ່ຽນພົບປະຢ້ຽມຢາມການນຳຂັ້ນສູງ ລະຫວ່າງ ສອງອົງການກວດສອບແຫ່ງລັດ ຢ່າງເປັນປົກກະຕິ; 2) ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການກວດສອບແຫ່ງລັດ ສປປ ລາວ ດ້ວຍຫຼາຍຮູບວິທີຄື: ການຝຶກອົບຮົມ, ການສຳມະນາ, ການໄປທັດສະນະສຶກສາ ທັງຢູ່ ສຳນັກງານກວດສອບແຫ່ງຊາດ ສປ ຈີນ ແລະ ຢູ່ບັນດາສຳນັກງານກວດສອບປະຈຳພາກ; 3) ໄດ້ໃຫ້ທຶນຍົກລະດັບການສຶກສາລະດັບປະລິນຍາໂທ ແກ່ພະນັກງານອົງການກວດສອບແຫ່ງລັດຢ່າງເປັນປົກກະຕິ ແລະ 4) ໄດ້ໃຫ້ການສະໜັບສະສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະສາກົນ. ໝາກຜົນທີ່ທີ່ເກີດຂຶ້ນໄດ້ ກໍຍ້ອນການຮ່ວມມືທີ່ດີ ການສະໜັບສະໜູນ ແລະ ການຊ່ວຍເຫຼືອ ຂອງສຳນັກງານກວດສອບແຫ່ງຊາດ ສປ ຈີນ ເຊິ່ງໄດ້ປະກອບສ່ວນອັນສໍາຄັນໃຫ້ແກ່ການພັດທະນາ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານກວດສອບແຫ່ງລັດ ຂອງ ສປປ ລາວ ຕາມແນວທາງການເປັນຄູ່ຊາຕາກຳລາວ-ຈີນ.
 
 
 
        ພາຍຫຼັງສໍາເລັດການຢ້ຽມຂ້ຳນັບແລ້ວ, ໄດ້ມີກອງປະຊຸມພົບປະສອງຝ່າຍ ລະຫວ່າງ ສອງອົງການກວດສອບແຫ່ງລັດ ຝ່າຍລາວນຳໂດຍ: ສະຫາຍ ຕ້ອຍ ພົນທິລາດ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ແລະ ຝ່າຍ ສປ ຈີນ ນຳໂດຍ: ສະຫາຍ ມ່າ ເຫວີນຮຸ່ຍ ຮອງປະທານສຳນັກງານກວດສອບແຫ່ງຊາດ ສປ ຈີນ ພ້ອມດ້ວຍຄະນະ ໃນການພົບປະໃນຄັ້ງນີ້ທັງສອງຝ່າຍໄດ້ແຈ້ງກ່ຽວກັບສະພາບການເຄື່ອນໄຫວທີ່ພົ້ນເດັ່ນຂອງວຽກງານການກວດສອບ ພ້ອມທັງທົບທວນຜົນສໍາເລັດ ແລະ ທິດທາງການຮ່ວມມືໃນຕໍ່ໜ້າ. ພ້ອມນັ້ນ,ໄດ້ປຶກສາຫາລືບັນຫາຕ່າງໆເປັນຕົ້ນ: 1) ການເພີ່ມທະວີການພົວພັນຮ່ວມມືໃນວຽກງານກວດສອບແຫ່ງລັດ; 2) ການແລກປ່ຽນຂໍ້ມູນຂ່າວສານທາງດ້ານວຽການກວດສອບ; 3) ການສ້າງຄວາມເຂັ້ມແຂງວຽກງານສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ; ແລະ 4) ການສ້າງຄວາມເຂັ້ມແຂງໃຫ້ແກ່ພະນັກງານອົງການກວດສອບປະຈຳພາກ ໂດຍສະເພາະການຮ່ວມມືລະຫວ່າງອົງການກວດສອບປະຈຳພາກເໜືອ ກັບ ສຳນັກງານກວດສອບປະຈຳແຂວງຢູນນານ.
 
 
 
        ໃນວັນທີ່ 06 ກັນຍາ 2024 ສະຫາຍ ມ່າ ເຫວີນຮຸ່ຍ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະຜູ້ແທນຈະສືບຕໍ່ໄປເຄື່ອນໄຫວຢ້ຽມຢາມສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ພ້ອມນັ້ນ ໄດ້ຈັດກອງປະຊຸມແລກປ່ຽນບົດຮຽນດ້ານວິຊາການ ລະຫວ່າງສອງອົງການກວດສອບແຫ່ງລັດໃນ 02 ຫົວຂໍ້ຄື: 1) ການກວດສອບການຄຸ້ມຄອງຄັງເງິນແຫ່ງຊາດ ແລະ 2) ການກວດສອບນະໂຍບາຍທາງດ້ານການເງິນ.
  
 
 
        ໃນໂອກາດການມາເຄື່ອນໄຫວດັ່ງກ່າວ ໃນວັນທີ 07 ມີນາ 2024 ສະຫາຍ ມ່າ ເຫວີນຮຸ່ຍ ຮອງປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ຈະສືືບຕໍ່ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ອົງການກວດສອບແຫ່ງລັດ ປະຈໍາພາກເໜືອ 1 ທີ່ແຂວງ ຫຼວງພະບາງ ເພື່ອພົບປະ ແລະ ແລກປ່ຽນບົດຮຽນທາງດ້ານວິຊາການກວດສອບ ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.
 
 
ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ອົງການກວດສອບແຫ່ງລັດ
Scroll to Top