ອົງການກວດສອບປະຈໍາພາກເໜືອ 2 ມອບເຄື່ອງອຸປະໂພກບໍລິໂພກ ແລະ ເງິນສົດ ຊ່ວຍເຫຼືອອຸທົກກະໄພນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ

        ຕອນບ່າຍຂອງວັນທີ 17 ກັນຍາ 2024 ນີ້, ຢູ່ທີ່ຫ້ອງຮັບແຂກ ຫ້ອງວ່າການແຂວງຫຼວງນໍ້າທາ ອົງການກວດສອບປະຈໍາພາກເໜືອ 2 ນໍາໂດຍ ທ່ານ ອິນທາ ລືນາມມະຈັກ ປະທານ ອົງການກວດສອບປະຈໍາພາກເໜືອ 2 ພ້ອມດ້ວຍຄະນະ ໄດ້ຕາງໜ້າໃຫ້ແກ່ອົງການກວດສອບແຫ່ງລັດ ມອບເຄື່ອງອຸປະໂພກ, ບໍລິໂພກ ລວມມູນຄ່າ 50,000,000 ກີບ ແລະ ອົງການກວດສອບປະຈໍາກພາກເໜືອ 2 ມອບເງິນສົດ ຈຳນວນ 15,000,000 ກີບ ເພື່ອປະກອບສ່ວນບັນເທົາທຸກແກ້ໄຂໄພພິບັດທຳມະຊາດນໍ້າຖ້ວມ ຢູ່ແຂວງຫຼວງນໍ້າທາ ຊຶ່ງລວມມູນຄ່າທັງໝົດ ຈຳນວນ 65,000,000 ກີບ ຕາງໜ້າການນໍາແຂວງຮັບໂດຍ ທ່ານ ຈັນທອງ ແກ້ວປະເສີດ ຮອງເຈົ້າແຂວງຜູ້ຊີ້ນໍາຂົງເຂດວັດທະນະທຳ-ສັງຄົມ, ພ້ອມທັງສະແດງຄວາມຂອບໃຈ ແລະ ຊົມເຊີຍ ຕໍ່ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກເໜືອ 2 ທີ່ໃກ້ສິດຕິດແທດໃຫ້ການຊ່ວຍເຫຼືອ ຊາວແຂວງຫຼວງນໍ້າທາ ໂດຍສະເພາະບັນດາທ່ານ ຜູ້ປະສົບອຸທົກກະໄພໃນຄັ້ງນີ້.

ຮູບພາບ ແລະ ຂ່າວສານໂດຍ: ອົງການກວດສອບປະຈໍາພາກເໜືອ 2

Scroll to Top