ຄະນະຜູ້ແທນ ອກສລ ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ອາໂຊຊາຍ ຄັ້ງທີ 16 ແລະ ກອງປະຊຸມສຳມະນາວິຊາການອາໂຊຊາຍ ຄັ້ງທີ 9 ທີ່ນິວເດລີ, ປະເທດອິນເດຍ

       

        ໃນລະຫວ່າງວັນທີ 22-29 ກັນຍາ 2024, ຄະນະຜູ້ແທນຂອງອົງການກວດສອບແຫ່ງລັດ ສປປ ລາວ (ອກສລ) ເຊິ່ງນໍາໂດຍ ທ່ານ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຄະນະ ໄດ້ເດີນທາງເຂົ້າຮ່ວມກອງປະຊຸມໃຫຍ່ຂອງ ສະຫະພັນສະຖາບັນກວດສອບສູງສຸດອາຊີ (ASOSAI) ຄັ້ງທີ 16 ແລະ ກອງປະຊຸມສຳມະນາວິຊາການອາໂຊຊາຍ ຄັ້ງທີ 9 (The 16th ASOSAI Assembly and 9th ASOSAI Symposium) ທີ່ ນະຄອນຫຼວງ ນິວເດລີ ປະເທດອິນເດຍ. ກອງປະຊຸມຄັ້ງນີ້, ມີຜູ້ແທນທີ່ມາຈາກບັນດາສະຖາບັນກວດສອບສູງສຸດອາຊີ ແລະ ບັນດາຜູ້ສັງເກດການ ເຂົ້າຮ່ວມລວມທັງໝົດ 201 ທ່ານ ຈາກ 43 ປະເທດສະມາຊິກອາໂຊຊາຍ ແລະ ໃນພິທີອັນມີຄວາມໝາຍຄວາມສໍາຄັນດັ່ງກ່າວ ທ່ານ ນ. ດຣູປາດີ ມູຣມູ ປະທານປະເທດສາທາລະນະລັດອິນເດຍ ໄດ້ໃຫ້ກຽດມີຄໍາເຫັນໃນພິທີເປີດກອງປະຊຸມຢ່າງເປັນທາງການ.

         ກອງປະຊຸມໃຫຍ່ຂອງສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ແມ່ນຈັດຂຶ້ນທຸກໆ 3 ປີ ເພື່ອສ້າງສາຍພົວພັນ ແລະ ຮ່ວມມືພາຍໃນປະຊາຄົມອາໂຊຊາຍ ທັງເປັນການປະກອບສ່ວນໃນການປະຕິບັດສັນຍາ ແນໃສ່ຊຸກຍູ້ເປົ້າໝາຍການພັດທະນາແບບຍືນຍົງຂອງ ອົງການສະຫະປະຊາຊາດ ແລະ ເປັນເວທີເພື່ອແລກປ່ຽນຄວາມຮູ້, ປະສົບການ ແລະ ທັດສະນະຕໍ່ບັນຫາສິ່ງທ້າທາຍໃນວຽກງານກວດສອບ. ປະຈຸບັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ມີສະມາຊິກທັງໝົດ 48 ປະເທດ.

  ຈຸດປະສົງຂອງກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ແມ່ນເພື່ອຮັບຟັງການລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາຂອງແຕ່ລະຄະນະກໍາມະການ; ພ້ອມດຽວກັນນັ້ນກອງປະຊຸມກໍ່ເປັນເອກະສັນຮັບຮອງເອົາການເປັນປະທານອາໂຊຊາຍຜູ້ໃໝ່ ຄືອົງການກວດສອບປະເທດອິນເດຍ ພ້ອມທັງເລືອກຕັ້ງເອົາຄະນະກໍາມະການບໍລິຫານງານ ຈໍານວນ 7 ປະເທດ ແລະ ຄະນະກໍາມະການກວດສອບ (Audit Committee) ສໍາລັບສົກປີ 2024-2027 ຈໍານວນ 2 ປະເທດ. ຈາກນັ້ນກອງປະຊຸມ ໄດ້ພ້ອມກັນປຶກສາຫາລື ແລະ ແລກປ່ຽນບົດຮຽນກ່ຽວກັບບັນຫາພົ້ນເດັ່ນຕ່າງໆຢູ່ພາກພື້ນ ໃນຫົວຂໍ້: ການພັດທະນາດ້ານພື້ນຖານໂຄງລ່າງການຫັນເປັນທັນສະໄໝ, ການມີສ່ວນຮ່ວມ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ.

    ໃນວາລະການດໍາເນີນກອງປະຊຸມໃຫຍ່ສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍ ຄັ້ງທີ 16 ມີທັງໝົດ 21 ວຽກງານສໍາຄັນ ໂດຍສະເພາະການສະຫຼຸບຜົນງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ໃນນັ້ນກໍ່ລວມທັງ ການສະຫລຸບການເຄື່ອນໄຫວຂອງແຕ່ລະຄະນະເຮັດວຽກຕ່າງໆເຊັ່ນ: ສະຫຼຸບລາຍງານດ້ານການເງິນ, ຜົນການກວດສອບເອກະສານລາຍງານການເງິນຂອງອາໂຊຊາຍ, ການພັດທະນາຂີດຄວາມສາມາດຂອງນັກກວດສອບ, ຜົນຂອງການຄົ້ນຄ້ວາໃນຫົວຂໍ້ ການກວດສອບທາງໄກ ແລະ ການມອບຮັບຕຳແໜ່ງ ລະຫວ່າງປະທານອາໂຊຊາຍຜູ້ເກົ່າ ແລະ ຜູ້ໃໝ່;

        ສໍາລັບກອງປະຊຸມສໍາມະນາຂອງອາໂຊຊາຍ ຄັ້ງທີ 9 ແມ່ນລົງເລິກວຽກງານວິຊາສະເພາະກວດສອບ ໃນຫົວຂໍ້:  ການພັດທະນາພື້ນຖານໂຄງລ່າງດ້ານລະບົບທັນສະໄໝພາກລັດ ແລະ ຄວາມເທົ່າທຽມໃນການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ ໂດຍມີຜູ້ບັນຍາຍ ຈາກ 5 ສະຖາບັນກວດສອບ (ອິນເດຍ, ອິນໂດເນເຊຍ, ມາເລເຊຍ, ອີດສະຣາເອວ, ແລະ ໄທ) ໄດ້ມາແລກປ່ຽນບົດຮຽນ ກ່ຽວຂ້ອງກັບຫົວຂໍ້ຂອງກອງປະຊຸມ.

        ການລົງຄະແນນສຽງເພື່ອເລືອກຕັ້ງ 1. ຄະນະບໍລິຫານງານອາໂຊຊາຍ ແລະ 2. ຄະນະກໍາມະການກວດສອບ.

        ນອກຈາກນັ້ນ, ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ໄດ້ຮັບຮອງເອົາຖະແຫຼງການນິວເດລີ ເພື່ອຜັນຂະຫຍາຍເຂົ້າໃນການຈັດຕັ້ງປະຕິບັດວຽກງານກວດສອບແຫ່ງລັດ ແຕ່ປີ 2024-2027 ເຊີ່ງຖະແຫຼງການນິວເດລີ ສະແດງເຖີງຄວາມເປັນເອກະພາບຂອງສະມາຊິກອາໂຊຊາຍ ແລະ ໃນຖະແຫຼ່ງການດັ່ງກ່າວ ປະກອບມີ 8 ຫົວຂໍ້ໃຫຍ່ ແລະ 7 ຫົວຂໍ້ຍ່ອຍ ເປັນຕົ້ນ: ການພິຈາລະນາຄວາມສໍາຄັນຂອງຂໍ້ຜູກພັນ ທີ່ເຄີຍມີຜ່ານມາ ກ່ຽວກັບ ຄວາມເປັນເອກະລາດ, ການພັດທະນາແບບຍືນຍົງ, ການປົກຄອງທີ່ດີ, ການປັບປຸງການຮ່ວມມືກັບພາກສ່ວນກ່ຽວຂ້ອງ; ການຮັບຮູ້ ບົດບາດສຳຄັນຂອງອົງການກວດສອບແຫ່ງລັດ ໃນການປະເມີນປະສິດທິພາບຂອງພື້ນຖານໂຄງລ່າງດ້ານລະບົບທັນສະໄໝພາກລັດ ທີ່ປອດໄພ ແລະ ຄວາມເທົ່າທຽມໃນການເຂົ້າເຖິງຂໍ້ມູນຂ່າວສານຕ່າງໆ; ຄວາມສຳຄັນໃນການສ້າງຂີດຄວາມສາມາດຂອງນັກກວດສອບພາກລັດ ເປັນຕົ້ນ: ການກວດສອບໄອທີ, ການວິເຄາະຂໍ້ມູນ, ລັດວິສາຫະກິດ, ອົງການຈັດຕັ້ງຂັ້ນທ້ອງຖິ່ນ;

        ຄຽງຄູ່ກັບວຽກງານສໍາຄັນຂ້າງເທິງນັ້ນ ກອງປະຊຸມອາໂຊຊາຍ ນອກຈາກເປົ້າໝາຍລວມຂອງຖະແຫຼງການແລ້ວ ຍັງແນໃສ່ຊຸກຍູ້ການສ້າງຄວາມເຂັ້ມແຂງ, ຊຸກຍູ້ການຮ່ວມມື ແລະ ແກ້ໄຂບັນດາສິ່ງທ້າທາຍທີ່ສຳຄັນໃນການກວດສອບພາກລັດ. ໂດຍສຸມໃສ່ພື້ນຖານໂຄງລ່າງດ້ານລະບົບທັນສະໄໝພາກລັດ, ລັດວິສາຫະກິດ ແລະ ອົງການຈັດຕັ້ງຂັ້ນທ້ອງຖິ່ນ.

        ການດໍເນີນກອງປະຊຸມໃຫຍ່ຂອງສະຫະພັນສະຖາບັນກວດສອບສູງສຸດອາຊີ ຫຼື ອາໂຊຊາຍຄັ້ງນີ້ແມ່ນດໍາເນີນໄປຕາມ ລະບຽບ ແລະ ຂັ້ນຕອນການຈັດຕັ້ງປະຕິບັດວຽກງານຂອງອາໂຊຊາຍ ທັງສອດຄ່ອງກັບສະພາບແວດລ້ອມໃນປະຈຸບັນ ແລະ ອານາຄົດອັນໃກ້ ເຊິ່ງບັນດາຄະນະຜູ້ແທນຂອງອົງການກວດສອບສູງສຸດຂອງ 43 ປະເທດ ແມ່ນໄດ້ຕີລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ແລະ ໄດ້ຕົກລົງຮັບຮອງເອົາບັນຫາສໍາຄັນຕ່າງໆ ທີ່ຈະເປັນທິດທາງແຜນການໃນຕໍ່ໜ້າ ສໍາລັບປີ 2024-2027 ແລະ ເປັນການຮັບປະກັນຄວາມເປັນເອກະພາບພາຍໃນສະຫະພັນສະຖາບັນກວດສອບສູງສຸດຂອງບັນດາປະເທດອາຊີ ໃຫ້ນັບມື້ນັບເຂັ້ມແຂງຂຶ້ນຢ່າງມີສະຖຽນລະພາບ.

ຮູບພາບ ແລະ ຂ່າວສານໂດຍ: ກົມຮ່ວມມືສາກົນ ອົງການກດວສອບບແຫ່ງລັດ

Scroll to Top