ອົງການກວດສອບແຫ່ງລັດ ສຳເລັດການດຳເນີນກອງປະຊຸມ ສະຫຼຸບວຽກງານກວດສອບແຫ່ງລັດ ປະຈໍາປີ 2025

        ກອງປະຊຸມສະຫຼຸບວຽກງານກວດສອບແຫ່ງລັດໄດ້ປິດລົງດ້ວຍຜົນສຳເລັດອັນຈົບງາມ ໃນວັນທີ 21 ກຸມພາ 2025 ທີ່ ໂຮງແຮມຮໍລິເດອິນ ນະຄອນຫລວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ, ມີທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ, ປະທານອົງການກວດສອບແຫ່ງລັດ ພ້ອມດ້ວຍຮອງປະທານ ອົງການກວດສອບແຫ່ງລັດ, ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກ, ບັນດາກົມ ແລະ ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ບັນດາແຂກທີ່ຖືກເຊີນ ເຂົ້າຮ່ວມ.

        ທ່ານ ວຽງທະວີສອນ ເທບພະຈັນ ລາຍງານວ່າ: ກອງປະຊຸມ ໄດ້ມີການສະຫຼຸບການຈັດຕັ້ງປະຕິບັດວຽກງານ​ທີ່​ພົ້ນ​ເດັ່ນ ປະຈໍາປີ 2024 ແລະ ກຳ​ນົດ​ທິດ​ທາງ​ແຜນ​ການ​ເຄື່ອນ​ໄຫວ​ວຽກ​ງານ ປະ​ຈຳ​ປີ 2025 ແຕ່​ລະ​ດ້ານ, ໄດ້ຍົກເອົາບັນຫາວຽກງານວິຊາສະເພາະຈໍານວນໜຶ່ງ ຂຶ້ນມາປຶກສາຫາລື ເພື່ອຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມວຽກງານກວດສອບ ແລະ ອົງການກວດສອບກວດສອບປະຈໍາພາກ ເປັນຕົ້ນ: ການສ້າງແຜນກວດສອບ, ການກວດສອບເງິນເກີນແຜນ, ການຊຸກຍູ້ ແລະ ຕິດຕາມແກ້ໄຂຜົນການກວດສອບ, ການສະຫລຸບຜົນການກວດສອບ, ການກະກຽມບົດລາຍງານຜົນການກວດສອບ. ອົງການກວດສອບປະຈຳພາກ, ກົມວິຊາສະເພາະ ແລະ ກົມປິ່ນອ້ອມ ກໍ່ໄດ້ປະກອບຄຳເຫັນ ພາຍໃຕ້ 5 ຫົວຂໍ້ແລກປ່ຽນໃນ 2 ວັນຜ່ານມາ ຢ່າງກົງໄປກົງມາ ຕໍ່ກັບການເຄື່ອນໄຫວວຽກງານຕົວຈິງ ທີ່ຕິດພັນກັບວຽກງານທີ່ຕົນຮັບຜິດຊອບ ຕໍ່ກອງປະຊຸມຢ່າງເປັນຂະບວນຟົດຟື້ນ ເຮັດໃຫ້ກອງປະຊຸມມີເນື້ອໃນອຸດົມສົມບູນ, ທັງເປັນບົດຮຽນ ແລະ ມີທາງອອກໃຫ້ແກ່ພວກເຮົາ ໃນການປະຕິບັດໜ້າທີ່ໃນຕໍ່ໜ້າ.

        ພ້ອມກັນນັ້ນ, ໃນຕອນບ່າຍ ກອງປະຊຸມໄດ້ຮັບກຽດໂອ້ລົມ ໂດຍທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ ອົງການກວດສອບແຫ່ງລັດ ແລະ ບັນດາຫົວໜ່ວຍງົບປະມານເອົາໃຈໃສ່ໜ້າວຽກ ຄື:

        ຄ່ຽງຄູ່ກັບໝາກຜົນທີ່ຍາດມາໄດ້, ອີງຕາມຜົນການກວດສອບ ປີ 2024 ທີ່ໄດ້ລາຍງານ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ເຫັນວ່າ ຜົນຂອງການກວດສອບແຫ່ງລັດ ຍັງພົບເຫັນ ບັນດາຫົວໜ່ວຍງົບປະມານ, ລັດວິສາຫະກິດ, ທະນາຄານ ແລະ ອົງການຄຸ້ມຄອງ ໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈໍານວນໜຶ່ງ ຍັງມີການລະເມີດວິໃນແຜນການ-ການເງິນ ເປັນຕົ້ນ: ການເກັບລາຍຮັບໄດ້ເກີນແຜນການ ບໍ່ມອບເຂົ້າງົບປະມານ; ບໍ່ມີກົນໄກໃນການເລັ່ງໜີ້ຕ້ອງຮັບ, ການເກັບຄ່າສຳປະທານ, ຄ່າຊັບພະຍາກອນທໍາມະຊາດ ໃນກິດຈະການຂຸດຄົ້ນບໍ່ແຮ່ ບໍ່ຄົບຖ້ວນຕາມພັນທະສັນຍາ; ການສະສາງລາຍຮັບງົບປະມານຊັກຊ້າ ບໍ່ທັນຕາມກຳນົດ; ການມອບລາຍຮັບ ຕາມຄໍາຕັດສິນຂອງສານເຂົ້າງົບປະມານ ບໍ່ຄົບຖ້ວນ ແລະ ການຍົກ ເວັ້ນພາສີ-ອາກອນການນໍາເຂົ້າ ເກີນຂອບເຂດ; ຈ່າຍນອກແຜນງົບປະມານແຫ່ງລັດ; ຈ່າຍເກີນໜ້າວຽກ-ເກີນຄວາມເປັນຈິງ, ການຈັດຊື້ວັດຖຸອຸປະກອນ; ນໍາໃຊ້ເງິນລະດົມ, ເງິນປະກອບສ່ວນຂອງສັງຄົມ ເຂົ້າໃນໂຄງການທີ່ບໍ່ນອນໃນແຜນ; ບໍ່ສາມາດສະສາງລາຍຈ່າຍລ່ວງໜ້າໃນລະບົບຄັງເງິນ; ການປະຕິບັດໂຄງການລົງທຶນຂອງລັດ ບໍ່ໄດ້ຕາມມາດຕະຖານເຕັກນິກ; ການປະມູນຈັດຊື້-ຈັດຈ້າງ ບໍ່ໄປຕາມລະບຽບການ; ການຄຸ້ມຄອງການນໍາໃຊ້ເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຍັງມີລັກສະນະຖືເບົາ: ມີການເບີກຈ່າຍເງິນນອກແຜນ, ຈ່າຍເງິນເດືອນ-ເງິນນະໂຍບາຍ ຊໍ້າຊ້ອນ; ຈັດຊື້-ຈັດຈ້າງ ບໍ່ຖືກຕາມຂັ້ນຕອນ; ບໍ່ໄດ້ບັນທຶກຊັບສົມບັດ; ການປະຕິບັດໜ້າວຽກ ບໍ່ໄດ້ມາດຖານເຕັກນິກ ແລະ ເບີກຈ່າຍເງິນ ແຕ່ໂຄງການບໍ່ໄດ້ຈັດຕັ້ງປະຕິບັດ; ການຄຸ້ມຄອງວຽກງານທະນາຄານ: ມີການອະນຸມັດປ່ອຍສິນເຊື່ອໃຫ້ກັບບໍລິສັດ ທີ່ບໍ່ມີຫຼັກຊັບຄໍ້າປະກັນ; ມີການລັກໂລບ-ຍັກຍອກເອົາເງິນ ທີ່ຈະນໍາເຂົ້າຕູ້ເອທີເອັມ, ບໍ່ມອບເງິນທີ່ເກັບຈາກລູກຄ້າເຂົ້າຄັງເງິນສົດ; ການຄຸ້ມຄອງວຽກງານຂອງລັດວິສາຫະກິດ: ລົບຫຼີກເສຍພັນທະອາກອນໃຫ້ລັດ; ບໍ່ຈົດລາຍຮັບຄ່າບໍລິການ, ຂາຍຊັບສົມບັດຄົງທີ່ ເຂົ້າບັນຊີລວມ; ຫັກເງິນເຂົ້າຄັງສຳຮອງ ເກີນອັດຕາ ແລະ ກຳນົດອັດຕາຫັກຄ່າຫຼຸ້ຍຫ້ຽນຊັບສົມບັດຄົງທີ່ ບໍ່ຖືກຕ້ອງ.

        ບັນຫາຕ່າງໆ ທີ່ຍົກມານັ້ນ ແມ່ນອົງການກວດສອບ ໄດ້ພົບເຫັນ ແຕ່ການປຶກສາຫາລືມອບໝາຍໃຫ້ອົງການ ຫຼື ເປົ້າໝາຍທີ່ກ່ຽວຂ້ອງແກ້ໄຂ ແມ່ນບໍ່ທັນເຂັ້ມງວດ ແລະ ທັນການ (ກວດສອບ-ກວດກາເຫັນ ແຕ່ແກ້ໄຂບໍ່ໄດ້) ເຮັດໃຫ້ສັງຄົມ ຈົ່ມວ່າ, ວິພາກວິຈານ ຕໍ່ການນຳພາຂອງພັກ, ການຄຸ້ມຄອງຂອງລັດ ກໍ່ຄືຕໍ່ອົງການກວດກາ ແລະ ກວດສອບ ຂອງພວກເຮົາ, ອັນນີ້ ຄະນະພັກ, ອົງການກວດກາ-ກວດສອບ ແລະ ອົງການປົກຄອງທຸກຂັ້ນ ຕ້ອງເອົາໃຈໃສ່ແກ້ໄຂໃຫ້ໄດ້.

         ບັນດາສະຫາຍ ທີ່ຮັກແພງ.

ຄືພວກເຮົາໄດ້ຮັບຮູ້ນໍາກັນແລ້ວວ່າ: ວຽກງານກວດສອບແຫ່ງລັດ ເປັນວຽກໜຶ່ງທີ່ສໍາຄັນ ແລະ ຈໍາເປັນ, ເປັນວຽກທີ່ຄັ່ງຮ້ອນ, ເຄັ່ງຕຶງ, ປະເຊີນໜ້າ ແລະ ເປັນວຽກຫຍຸ້ງຍາກ ສັບສົນ ແຕ່ມີຄວາມຈໍາເປັນ ຕ້ອງໄດ້ເຮັດ ແລະ ຂາດບໍ່ໄດ້ ທີ່ພັກ-ລັດ ເຮົາຕ້ອງໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ແລະ ຄຸ້ມຄອງຢ່າງແທດເຖິງ ຖືເບົາບໍ່ໄດ້; ເຖິງວ່າ ບັນດາສະຫາຍໄດ້ນໍາພາ-ຊີ້ນໍາ ດ້ວຍຄວາມເອົາໃຈໃສ່ ມີຜົນສໍາເລັດ ແລະ ຂໍ້ຄົງຄ້າງ ຄືດັ່ງທີ່ກ່າວມາຂ້າງເທິງນັ້ນ, ໂອກາດທີ່ມາຮ່ວມກອງປະຊຸມເທື່ອນີ້, ຂ້າພະເຈົ້າ ຢາກມີຄວາມເຫັນ ເພື່ອເປັນທິດທາງໃຫ້ພວກສະຫາຍ ເອົາໃຈໃສ່ວຽກງານໃນຕໍ່ໜ້າຈໍານວນໜຶ່ງ ດັ່ງນີ້:

  1. ເພີ່ມທະວີ ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານລັດຖະກອນ ໃຫ້ມີຄຸນທາດການເມືອງທີ່ໜັກແໜ້ນ, ຢຶດໝັ້ນຕໍ່ອຸດົມການຂອງພັກ; ມີສະຕິຕໍ່ການຈັດຕັ້ງ, ເຄົາລົບລະບຽບກົດໝາຍ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່, ຮັກວິຊາສະເພາະ, ມີແນວຄິດອຸ່ນອຽນ, ທຸ່ນທ່ຽງ ຕັ້ງໃຈບຸກບືນປະຕິບັດໜ້າທີ່, ມີຄວາມເສຍສະຫຼະ, ມີຈັນຍາບັນ ຂອງພະນັກ ງານນັກກວດສອບ ທີ່ໜັກແໜ້ນ, ບໍ່ສວຍໃຊ້ໜ້າທີ່, ບໍ່ຮັບສິນບົນ ແລະ ບໍ່ຕໍ່ລອງຜົນປະໂຫຍດໃດໆ, ຕ້ອງມີຄວາມສັດຊື່ບໍລິສຸດ ເປັນແບບຢ່າງທີ່ດີ ເພື່ອສ້າງຄວາມເຊື່ອໜັ້ນ ເຊືື່ອຖືໃຫ້ເປົ້າໝາຍທີ່ຖືກກວດສອບ ແລະ ຕໍ່ສັງຄົມ;
  2. ໃນສະພາບເສດຖະກິດ-ສັງຄົມ ມີການພັດທະນາ ຂະຫຍາຍຕົວ, ເຕັກໂນໂລຊີມີຄວາມກ້າວໜ້ານັ້ນ ການລະເມີດກົດໝາຍ, ລະບຽບການ, ວິໄນແຜນການ-ການເງິນ ກໍມີຄວາມເລິກແລບ, ນຽບນຽນ. ສະນັ້ນ, ອົງການກວດສອບແຫ່ງລັດ ຈະຕ້ອງໄດ້ພັດທະນາວຽກງານຂອງຕົນ ໃຫ້ສາມາດຮອງຮັບກັບໄລຍະໃໝ່ ເປັນຕົ້ນ ການປັບປຸງກົນໄກ, ລະບຽບການ, ແບບແຜນວິທີນໍາພາ ແລະ ວິທີເຮັດວຽກ ຂອງອົງການກວດສອບແຫ່ງລັດ ໃຫ້ຄວາມສໍາຄັນຕໍ່ກັບວຽກງານ ໂດຍຫັນເປັນທັນສະໄໝ ນໍາໃຊ້ເຕັກໂນໂລຊີເຂົ້າໃນວຽກງານໃຫ້ມີຄວາມສະດວກ, ວ່ອງໄວ, ໂລ່ງລຽນ, ປະຫຍັດເວລາ ແລະ ທັນກັບສະພາບການ;
  3. ການປະຕິບັດໜ້າທີ່ວຽກງານກວດສອບ ຂອງອົງການກວດສອບແຫ່ງລັດ ມາຮອດປັດຈຸບັນ ກໍໄດ້ຮັບການພັດທະນາຫຼາຍດ້ານ ແຕ່ບັນຫາຫຼັກທີ່ເປັນຈຸດສຸມຂອງວຽກງານກວດສອບແຫ່ງລັດ ໃນຕໍ່ໜ້າ ແມ່ນ ການຈະເຮັດແນວໃດໃຫ້ຜົນການກວດສອບ ໄດ້ຮັບການແກ້ໄຂຕາມກົດໝາຍ ຢ່າງເຂັ້ມງວດ ແລະ ທັນເວລາ. ຖ້າຜູ້ກະທໍາຜິດບໍ່ໄດ້ຖືກລົງໂທດຕາມກົດໝາຍ ກໍຈະເປັນແບບຢ່າງບໍ່ດີໃຫ້ມີກໍລະນີອື່ນເກີດຂຶ້ນ ແລະ ເກີດຂຶ້ນເລື່ອຍໆ. ສະນັ້ນ, ຈຶ່ງສະເໜີໃຫ້ລັດຖະບານ ມີກົນໄກໃນການແກ້ໄຂຜົນການກວດສອບ ຕາມມະຕິຂອງສະພາແຫ່ງຊາດ ໃຫ້ປາກົດຜົນເປັນຈິງ.
  4. ໃຫ້ຄົ້ນຄວ້າກົນໄກການປະຕິບັດນະໂຍບາຍ ຕາມດຳລັດວ່າດ້ວຍນະໂຍບາຍ ຕໍ່ຜູ້ມີຜົນງານ, ຕ້ານ ແລະ ສະກັດກັ້ນການລະເມີດກົດໝາຍ ແລະ ລະບຽບການກ່ຽວກັບງົບປະມານແຫ່ງລັດ ເລກທີ 349/ລບ, ລົງວັນທີ 13 ພະຈິກ 2023 ແລະ ຄໍາແນະນໍາ ຂອງກະຊວງການເງິນ ເລກທີ 1939/ກງ, ລົງວັນທີ 30 ພຶດສະພາ 2024 ໃຫ້ໂລ່ງລຽນ, ວ່ອງໄວ ແລະ ທັນການ;
  5. ຕາມລັດຖະທໍາມະນູນ ມາດຕາ 104 ໄດ້ກໍານົດ ການກວດສອບແຫ່ງລັດ ແມ່ນ ການກວດສອບ ການນໍາໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດ. ເງິນ ແລະ ຊັບສິນດັ່ງກ່າວ ເປັນເງິນທີ່ເກັບພັນທະດ້ານພາສີ-ສ່ວຍສາອາກອນ ຈາກປະຊາຊົນບັນດາເຜົ່າ ຈຶ່ງຕ້ອງໄດ້ນໍາໃຊ້ຢ່າງເຂັ້ມງວດ, ມີປະສິດທິຜົນ ຕາມມະຕິຂອງສະພາແຫ່ງຊາດ. ສະນັ້ນ,​ ຈຶ່ງມີຄວາມຈໍາເປັນຕ້ອງຖືຄວາມສໍາຄັນທີ່ສຸດ ໃນການຫັນປ່ຽນທິດທາງການກວດສອບ ກ້າວເຂົ້າສູ່ລ່ວງເລີກຢ່າງເຂັ້ມງວດ ອັດຊ່ອງວ່າງການຮົ່ວໄຫຼ່ດ້ານລາຍຮັບ-ລາຍຈ່າຍງົບປະມານແຕ່ຫົວທີໃຫ້ທັນກັບສະພາບການ ແລະ ເຂັ້ມງວດການໃຫ້ຄໍາເຫັນແນະນໍາ,​ ສະເໜີປະຕິບັດວິໄນຕໍ່ອົງການຈັດຕັ້ງ ຫຼື ຜູ້ກະທໍາຜິດລະເມີດກົດໝາຍ ຢ່າງເຂັ້ມແຂງ;
  6. ເພື່ອເຮັດໃຫ້ວຽກງານກວດສອບແຫ່ງລັດ ດໍາເນີນໄປດ້ວຍຜົນສໍາເລັດ ຕາມແຜນການທີ່ສະພາແຫ່ງຊາດຮັບຮອງ ສະເໜີໃຫ້ພາກສ່ວນລັດຖະບານ, ກະຊວງການເງິນ, ກະຊວງແຜນການ ແລະ ການລົງທຶນ, ທະນາຄານແຫ່ງ ສປປ ລາວ, ລັດວິສາຫະກິດ, ອົງການຄຸ້ມຄອງໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ ຈົ່ງເອົາໃຈໃສ່ຢ່າງເຂັ້ມງວດ ໃນການແກ້ໄຂບັນຫາຕາມມາດຕະການແນະນໍາ ທີ່ອົງການກວດສອບແຫ່ງລັດໄດ້ລາຍງານ ຕາມມະຕິສະພາແຫ່ງຊາດ;
  7. ແລະ ອີກປະການໜຶ່ງ ວຽກງານກວດສອບແຫ່ງລັດເປັນວຽກທີ່ສໍາຄັນ, ຈໍາເປັນ ແລະ ຂາດບໍ່ໄດ້ ສໍາລັບການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ດ້ວຍເຫດນັ້ນ ຄະນະພັກ ແລະ ອົງການປົກຄອງທຸກຂັ້ນ ຕ້ອງມີຄວາມຮັບຜິດຊອບໂດຍກົງ ຕໍ່ວຽກງານນີ້ ແລະ ເອົາວຽກນີ້ເປັນມາດຖານ ຫຼື ໄມ້ຫຼາວັດແທກໜຶ່ງ ຕໍ່ການນໍາພາຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນກໍ່ຄືກະຊວງອົງການ ແລະ ແຂວງ-ນະຄອນຫຼວງ ໃນການປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ປະຕິບັດວິໄນ ຕໍ່ຜູ້ລະເມີດ;
  8. ໃຫ້ຄະນະພັກ, ຄະນະນໍາ ແຕ່ລະພາກສ່ວນຢູ່ສູນກາງ ແລະ ທ້ອງຖິ່ນ ທີ່ຢູ່ໃນເປົ້າໝາຍແຜນການກວດສອບ ໃນປີ 2025 ຈົ່ງເອົາໃຈໃສ່ຊີ້ນໍາພາກສ່ວນຂັ້ນລຸ່ມຂອງຕົນ ໃຫ້ການຮ່ວມມື, ສະໜອງເອກະສານຂໍ້ມູນຕ່າງໆ ຕາມທີ່ອົງການກວດສອບມີຄວາມຕ້ອງການຈໍາເປັນ, ພ້ອມກັນນັ້ນ ກະໃຫ້ເອົາໃຈໃສ່ຕື່ມໃນການແຕ່ງຕັ້ງຄະນະປະສານງານ ຮ່ວມເຮັດວຽກກັບອົງການກວດສອບແຫ່ງລັດ ໃຫ້ສຳເລັດໂດຍໄວ ສາມາດເຄື່ອນໄຫວຕາມແຜນການກວດສອບ;
  9. ຄະນະພັກ, ຄະນະນໍາ ອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ຕ້ອງເປັນເຈົ້າການຄົ້ນຄວ້າປະຕິບັດໜ້າທີ່ຂອງຕົນໃຫ້ສູງຂຶ້ນຕື່ມ, ປະຕິບັດການປະສານສົມທົບກັບອົງການກວດກາແຫ່ງລັດ ແລະ ພາກສ່ວນຕ່າງໆໃຫ້ກົມກຽວ ເປັນເອກະພາບກັນ, ຮ່ວມປຶກສາຫາລື ຮ່ວມກັນແກ້ໄຂບັນຫາຕ່າງໆ ທີ່ເຫັນວ່າມີຄວາມສັບສົນ ແລະ ສົ່ງຜົນກະທົບກວ້າງຂວາງຕໍ່ການນໍາພາ ຂອງພັກ, ການຄຸ້ມຄອງຂອງລັດ ແລະ ກະທົບຕໍ່ການພັດທະນາສ້າງສາປະເທດ ບົນພື້ນຖານພາລະບົດບາດ, ສິດໜ້າທີ່ ແລະ ຄວາມຮັບຜິດຊອບຂອງແຕ່ລະພາກສ່ວນ.

ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ ອົງການກວດສອບແຫ່ງລັດ.

Scroll to Top