ກອງປະຊຸມໃຫຍ່ສະມາຊິກກໍາມະບານ ສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ຄັ້ງທີ III ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 03 ມິຖຸນາ 2025, ຢູ່ທີ່ຫ້ອງປະຊຸມໃຫຍ່ ຂອງອົງການກວດສອບແຫ່ງລັດ, ໂດຍໄດ້ຮັບກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ວຽງທະວີສອນ ເທບພະຈັນ ກໍາມະການສໍາຮອງສູນກາງພັກ ເລຂາຄະນະພັກ, ປະທານ ອົງການກວດສອບແຫ່ງລັດ, ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານ ສູນກາງສະຫະພັນກໍາມະບານລາວ, ສະຫາຍ ຈັນທະວິໄລ ອີນຊີວິລາດ ປະທານສະຫະພັນກໍາມະບານ, ປະທານສະຫະພັນແມ່ຍິງ ແລະ ເລຂາຊາວໜຸ່ມ ອົງການກວດສອບແຫ່ງລັດ, ມີແຂກຖືກເຊີນຈາກສູນກາງສະຫະພັນກໍາມະບານລາວ ຈໍານວນ 5 ສະຫາຍ ແລະ ສະມາຊິກກໍາມະບານ ອົງການກວດສອບແຫ່ງລັດ ຈໍານວນ 221 ສະຫາຍ ເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໃຫຍ່ຄັ້ງນີ້ ໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍໃນທ່າມກາງບັນຍາກາດ ທີ່ທົ່ວພັກ, ທົ່ວປວງຊົນລາວທັງຊາດ ພວມອອກແຮງຈັດຕັ້ງປະຕິບັດ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XI ຂອງສູນກາງພັກ ໂດຍສະເພາະແມ່ນ ການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ພ້ອມກັບຂະບວນການແຂ່ງຂັນສ້າງຜົນງານສະເຫຼີມສະຫຼອງ 3 ວັນປະຫວັດສາດ ຂອງພັກຂອງຊາດ ຄື: ວັນຄົບຮອບສ້າງຕັ້ງພັກ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ ແລະ ພ້ອມນີ້ ກໍເພື່ອເປັນການກະກຽມ ຂ່ຳນັບຮັບຕ້ອນ ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ III ຂອງອົງຄະນະພັກ ອົງການກວດສອບແຫ່ງລັດ ທີ່ຈະໄຂຂື້ນໃນມໍ່ໆນີ້.
ກອງປະຊຸມໄດ້ຮັບຟັງການຜ່ານຮ່າງບົດລາຍງານການເມືອງ ແລະ ຮ່າງບົດສຳຫຼວດການນຳພາລວມ ຂອງຄະນະບໍລິຫານງານສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ສະໄໝທີ II ຊຶ່ງໄດ້ສະແດງໃຫ້ເຫັນການຈັດຕັ້ງປະຕິບັດວຽກງານ ຂອງຄະນະບໍລິຫານງານສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ໃນໄລຍະ 05 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນບັນດາຜົນງານພົ້ນເດັ່ນທີ່ຍາດມາໄດ້, ທັງໄດ້ຕີລາຄາຄືນດ້ານອ່ອນ-ຂໍ້ຄົງຄ້າງ ແລະ ວາງທິດທາງແຜນການ ພ້ອມຄາດໝາຍສູ້ຊົນໃນໄລຍະ 05 ປີ ຕໍ່ໜ້າ.
ໃນວາລະກອງປະຊຸມຄັ້ງນີ້ ຍັງມີພິທີມອບທຸງໄຊ 5 ເປັນເຈົ້າ ເພື່ອຢັ້ງຢືນເຖິງຜົນງານອັນພົ້ນເດັ່ນຂອງຄະນະບໍລິຫານງານກໍາມະບານ, ໜ່ວຍກໍາມະບານຮາກຖານ ຂອງອົງການກວດສອບແຫ່ງລັດ ໃນສະໄໝທີ່ຜ່ານມາ, ພ້ອມດຽວກັນນັ້ນ ກໍໄດ້ມີພິທີປະດັບຫຼຽນກາກໍາມະບານ ໃຫ້ແກ່ຄະນະນຳອົງການ ແລະ ບັນດາສະມາຊິກກໍາມະບານ ຂອງອົງການກວດສອບແຫ່ງລັດ ທີ່ມີຜົນງານດີເດັ່ນ, ມີຄຸນງາມຄວາມດີໃນການອຸທິດເຫື່ອແຮງ, ສະຕິປັນຍາ ແລະ ຊີ້ນໍາວຽກງານຂອງຄະນະກໍາມະບານ ໃນໄລຍະຜ່ານມາ ຈໍານວນ 89 ສະຫາຍ.
ກອງປະຊຸມໄດ້ພ້ອມກັນໃຊ້ສິດປະຊາທິປະໄຕປ່ອນບັດຄັດເລືອກເອົາຄະນະບໍລິຫານງານສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ຊຸດໃໝ່ ບົນພື້ນຖານຫຼັກການລວມສູນປະຊາທິປະໄຕ ທີ່ຖືກຕ້ອງສອດຄ່ອງກັບມາດຖານເງື່ອນໄຂທີ່ກໍານົດໄວ້. ກອງປະຊຸມຄັ້ງປະຖົມມະລຶກ ໄດ້ຕົກລົງຮັບຮອງເອົາຄະນະບໍລິຫານງານສະຫະພັນກໍາມະບານ ຊຸດໃໝ່ ຈຳນວນ 11 ສະຫາຍ ແລະ ໄດ້ເລືອກເອົາ ສະຫາຍ ຈັນທະວິໄລ ອິນຊີວິລາດ ເປັນປະທານ, ສະຫາຍ ວຽງວັນ ຄໍາພາພັນ ເປັນຮອງປະທານ, ທັງເປັນປະທານກວດກາ, ສະຫາຍ ນ. ຈັນທອນ ຫາດາວເຮືອງ ເປັນຮອງປະທານ ແລະ ສະຫາຍ ຈັນທະຄານ ປິ່ນພະຫຍາ ເປັນຮອງປະທານກວດກາ.
ໂອກາດດຽວກັນນີ້, ກອງປະຊຸມຍັງໄດ້ເປັນກຽດຮັບຟັງການໂອ້ລົມຈາກ ສະຫາຍ ທອງຈັນ ພູມີພັນ ຄະນະພັກ, ຮອງປະທານ ສູນກາງສະຫະພັນກໍາມະບານລາວ, ເພື່ອເປັນເຂັມຊີ້ທິດເຍືອງທາງ ແລະ ເປັນບ່ອນອີງສໍາຄັນ ໃຫ້ແກ່ຂະບວນການເຄື່ອນໄຫວຂອງສະຫະພັນກໍາມະບານ ອົງການກວດສອບແຫ່ງລັດ ໃນຕໍ່ໜ້າໃຫ້ມີຜົນສໍາເລັດ.
ຮູບພາບ ແລະ ຂ່າວສານໂດຍ: ພະແນກເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ